Tuesday, December 11, 2012

ງານພົບປະສ້າງສັນ ຕອ້ນຮັບວັນປີໃໜ່ສາກົນ ປີ 2013

ເຖີງ: ພີ່ນອ້ງເພື່ອນຄູຣ ແລະ ຊາວລາວ ທີ່ລັດວິກຕ໌ເຣັຍ ທິ່ນັບຖື ແລະ ຮັກແພງ ທຸກໆທ່ານ,

ພວກຂ້າພະເຈົ້າ ຄະນະກຳມະການຊົ່ວຄາວ ເພື່ອສ້າງຕັ້ງ ສະມາຄົມເພື່ອນຄູຣລາວ ໃນລັດວິກຕ໌ເຣັຍ ມີຄວາມຍິນດີ ຂ໌ແຈ້ງຂ່າວດີ ໃຫ້ພີ່ນອ້ງຊາວລາວທຸກໆທ່ານຊາບວ່າ.

ພາບພົບປະ ທີ່ບ້ານທ່ານສົມພອນ


ໃນໂອກາດ ວັນປີໃຫຼ່ສາກົນ ປີ 2013 ທີ່ຈະມາເຖີງນີ້ ພວກເຮົາຈະໄດ້ ຈັດງານພົບປະສ້າງສັນ ຕອ້ນຮັຍປີໃໜ່ສາກົນ ຂື້ນທີ່ບ້ານ ຂ້າພະເຈົ້າໂດຍສະມາຊິກທຸກໆຄົນ ຮ່ວມກັນເປັນເຈົ້າພາບ ດວ້ຍການອອກເງີນຜູ້ລະ $50.00 ເປັນການປະກອບສວ່ນ.

ດັ່ງນັ້ນພວກເຮົາໃນນາມ ຄນະຈັດງານພົບປະສ້າງສັນ ຕອ້ນຮັຍປີໃໜ່ສາກົນຂໍຮຽນເຊີນທຸກໆທ່ານໃຫ້ມາຮ່ວມ ງານພົບປະສ້າງສັນ ຄັ້ງນີ້ໃຫ້ໄດ້.

ງານພົບປະສ້າງສັຄັ້ງນີ້ນອກຈາກຈະໃຫ້ຄວາມເບີກບານມ່ວນຊື່ນ ແລະເພື້ມທະວີຄວາມສາມະຄີຮັກແພງກັນແລ້ວ ຍັງຈະເປັນບາດກ້າວອັນສຳຄັນ ໃນການກ້າວເດີນໄປສູ່ ການສ້າງຕັ້ງສະມາຄົມ ເພື່ອນຄູຣລາວ ລັດວິກຕໍເຣັຍ ໃຫ້ເປັນຈິງ.


ສຖານທີ່ຈັດງານ:

ບ້ານເລກທີ: 12 Cuthbert Place
ຄຸ້ມ: Burnside, 3023
ມືຖື: 0469 297 332
ວັນທີ: 31-12-2012
ເວລາ: 5.00pm until 12.00 midnight

ດັ່ງນັ້ນ ເພື່ອຕອບສນອງຕາມຄວາມປະສົງຂອງພີ່ນອ້ງລາວໃນລັດວິກຕ໌ເຣັຍ ຄະນະກຳມະການຊົ່ວຄາວ ເພື່ອສ້າງຕັ້ງ ສາມາຄົມເພື່ອນຄູຣລາວ ຈື່ງຂ໌ຮຽກຮອ້ງມາຍັງ ພີ່ນອ້ງລາວທຸກຄົນ ຈົ່ງຫັນໜ້າເຂົ້າມາ ຈັບມືຊວ່ຍເຫຼືອຊື່ງກັນແລະກັນ ເພື່ອໃຫ້ສັງຄົມລາວເຮົາ ຍືນຍົງໃປຮອດ ຊົ່ວລູກຊົ່ວຫຼານ ແລະ ເຮັດໃຫ້ ຄຳວ່າລາວ ຍືນຍົງ ແລະ ເທົ່າທຽມກັບທຸກໆປະເທດ ທີ່ຢູ່ໃນປະເທດອົສຕຼາເລັຍ.

Map Showing My Place


View Larger Map

No comments:

Post a Comment