ຕໍ່ມາ ອາຈານ ຄຳພຽນສີນາພັດ ຊຶ່ງເປັນຜູ້ອາວຸດໂສ ກໍໄດ້ຂຶ້ນມາກ່າວເຖີງຄວາມໝາຍອັນສຳຄັນ ຂອງການຈັດງານສເຫຼີມສລອງ ປີໃໝ່ສາກົນໃນປີນີ້ ແລະໄດ້ອວ່ບພອນປີໃໝ່ ໃຫ້ທຸກຄົນຈົ່ງມີສຸຂາພາບເຂັ້ມແຂງ. ຈາກນັ້ນກໍແມ່ນທ່ານ Don Hudson ຈາກກະຊວງສຶກສາຣັດວິກຕໍເຣັບ ຂື້ນມາກ່າວຄຳອ່ວຍພອປໃໝ.
ຈາກນັ້ນແຂກ ແລະ ເຈົ້າພາບຮ່ວມກັນ ຮັບປະທານອາຫານ ອັນແຊບຊອ້ຍ ກອ່ມອາລົມດວ້ຍ ສຽງເພັງອັນໃພແຣາະ ຈາກວົງດົນຕຼີສະມັກເຫຼັ້ນ ຂວັນໃຈເພຶ່ອນຄູຣ ຊຶ່ງມີ ສາຍຍັນ ຄຳຜຸ ນິດແລະພັນລະຍາ ຕິດຕາມ ຮອ້ງໂດຍ ຄູ່ຜົວເມັຍ ສຽງໃພເຣາະຍອດນິຍົມໃນຄ່ຳຄືນນັ້ນ ຄື ວັນແລະປູ ປິດທ້າຍດ້ວຍ ນັກຮອ້ງຮັບເຊີນ ທີ່ມີສາຍາວ່າ "ເຕັ້ຍ" ດວ້ຍເພັງຍອດນິຍົມທົ່ວໂລກ Gangnam Style.
ທັງສອງໄດ້ທຳໃຫ້ ແຂກທຸກທ່ານນັ່ງຕັ່ງບໍ່ຕິດ ທຸກທ່ານຕອ້ງໄດ້ ທະຍອຽອອກມາ ຟອ້ນລຳແລະເຕັ້ນ ຢ່າງເບີກບານມວ່ນຊື່ນ ບັນຍາກາດຄືນນັ້ນ ທຳໃຫ້ທຸກໆທ່ານລືມ ທຸກສິ່ງທຸກສິ່ງຢ່າງ ອັນເຣວຮ້າຍທີ່ເກີດໃນປີເກົ່າ ແລະທຸກຄົນກໍພ້ອມຈະກ້າວໄປດ້ວຍກັນສູ່ອານຄົດອັນສົດໃສໃນປີໃໝ່.
ຄະນະຈັດງານຕອ້ນຮັບວັນປີໃໜ່ສາກົນ ປີ 2013 ຂໍສແດງຄວາມຂອບໃຈ ນຳທຸກໆທ່ານທີ່ສຣະເວລາອັນມີຄຸນຄ່າ ຂອງທ່ານມາ ຮ່ວມໃນງານສະເຫີຼມສລອງປີໃໝ່ ໃນຄັ້ງນີ້ ພິເສດຂໍຂອບໃຈນຳທຸກໆທ່ານທີ່ປະກອບປັດໃຈ ແລະ ເປັນເຈົ້າພາບຮ່ວມໃນຄັ້ງນີ້ດ້ວຍ.
ໃນໂອກາດວັນຂຶ້ນປີໃໝ່ປີ ພວກເຮົາຂໍອ່ວຍພອນໃຫ້ພີ່ນອ້ງລາວເຮົາ ບໍ່ວ່າຢູ່ແຫ່ງຫົນໃດໃນໂລກ ໂດບສະເພາະໃນຣັດວິກຕໍເຣັຍ ຈົ່ງມີ ສຸຂພາບເຂັ້ມແຂງ ປາສຈາກໂຣກໃພເຈັບໃຂ້ ປາຖນາສິ່ງໃດ ໃຫ້ໄດ້ຕາມຄວາມສົມມັກສົມປາຖນາ. ຂໍໃຫ້ຄຸນພະສີຣັຕນະໃຕ ຄຸ້ມຄອງທ່ານ ໃຫ້ທ່ານມີອາຍຸໝັ້ນຂວັນຍືນ ສາທຸໆໆ...
ຂໍສແດງຄວາມຮັກແພງມາຍັງທຸກໆທ່ານ.